ສະຖາບັນການເງິນ-ການບັນຊີ ໃນເມື່ອກ່ອນມີ ຊື່ວ່າ “ ໂຮງຮຽນການເງິນ” ໄດ້ສ້າງຕັ້ງຂື້ນໃນປີ 1971 ຢູ່ທີເມືອງກ້າງ, ແຂວງຫົວພັນ ເຂດປົດປ່ອຍຂອງກໍາລັງຮັກຊາດ, ເປັນໂຮງຮຽນການເງິນຫຼັງທຳອິດ ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ຈາກ ຊ່ຽວຊານ ສສ ຫວຽດນາມ, ໃນເວລານັ້ນໄດ້ເປີດສອນນັກຮຽນຊັ້ນກາງ 3 ລຸ້ນ ມີນັກສຶກສາ ເຂົ້າຮ່ວມ 138ຄົນ .ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນ ໃນປີ 1975.ຈາກນັ້ນໃນປີ 1978 “ ໂຮງຮຽນການເງິນ” ພ້ອມອົງການຈັດຕັ້ງທັງໝົດໄດ້ຍ້າຍມາຕັ້ງຢູ່ ບ້ານ ທ່າງ່ອນ, ເມືອງໄຊທານີ, ກໍາແພງນະຄອນວຽງຈັນ. ໄດ້ສຶບຕໍ່ເປີດສອນນັກຮຽນຕື່ມອີກ 3 ລຸ້ນ ມີນັກສຶກສາເຂົ້າຮ່ວມທັງໝົດ 664 ຄົນ, ພ້ອມກັນນັ້ນກໍໄດ້ເປີດສອນພະນັກງານບຳລຸງຊັ້ນສູງທຽບເທົ່າຂື້ນ 1 ລຸ້ນ ມີຜູ້ເຂົ້າຮ່ວມຈໍານວນ 40 ຄົນ, ໂດຍມີອາຈານຈາກ ສສ ຫວຽດນາມ ເປັນຜູ້ສິດສອນຜ່ານພາສາແປ ໃນປີ1987 ກະຊວງການເງິນໄດ້ລວມເຂົ້າກັນກັບແຜນການແຫ່ງລັດ ມີຊື່ເອີ້ນວ່າ:“ກະຊວງເສດຖະກິດ-ແຜນການແລະການເງິນ” ຄະນະດຽວກັນນັ້ນໂຮງຮຽນການເງິນ ກໍ່ໄດ້ປ່ຽນຊື່ມາເປັນ “ໂຮງຮຽນເສດຖະກິດ-ແຜນການ ແລະ ການເງິນ” ໄດ້ຮັບການສ້າງຕັ້ງຂື້ນຢູ່ພາຍໃຕ້ການຄຸ້ມຄອງຊີ້ນຳຈາກພະແນກການເງິນກໍາແພງນະຄອນວຽງຈັນ, ມີສະຖານທີ່ຕັ້ງຢູ່ ບ້ານດົງຄຳຊ້າງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ມາຮອດກາງປີ 1993 ກະຊວງການເງິນ ໄດ້ແຍກອອກຈາກກະຊວງ ເສດຖະກິດ-ແຜນການ ແລະ ການເງິນ ມາເປັນ “ກະຊວງການເງິນ” ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ ໂດຍສະເພາະຂະແໜງການເງິນ-ການບັນຊີ ສະນັ້ນ ພະແນກການເງິນກໍາແພງນະຄອນວຽງຈັນ. ຈື່ງໄດ້ໂອນໂຮງຮຽນເສດຖະກິດ-ແຜນການ ແລະ ການເງິນ ຂື້ນກັບກະຊວງການເງິນໂດຍກົງ ແລະ ໄດ້ປ່ຽນຊື່ມາເປັນ ໂຮງຮຽນການເງິນຊັ້ນກາງມາຮອດປີ 2005 ໂດຍອິງໃສ່ໂຄງການຮ່ວມມື ສອງກະຊວງການເງິນ ສອງປະເທດລາວ ແລະ ຫວຽດນາມ ໂຮງຮຽນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ໂດຍແມ່ນສະຖາບັນການເງິນ ສສ ຫວຽດນາມ ມາຈັດຕັ້ງການຮຽນການສອນ ໃນລະບົບປະລິນຍາຕີໃຫ້ແກ່ພະນັກງານ 1 ລຸ້ນ ຊື່ງມີນັກສຶກສາເຂົ້າຮຽນຈໍານວນ 182ຄົນ ມາຮອດປີ 2006 ໂຮງຮຽນໄດ້ຖືກຮັບຮອງຈາກກະຊວງການເງິນໃຫ້ເປັນ ວິທະຍາໄລ ຈາກນັ້ນໂຮງຮຽນການເງິນຊັ້ນກາງໄດ້ປ່ຽນຊື່ມາເປັນ ວິທະຍາໄລການເງິນພາກກາງ ເປັນເສນາທິການໃຫ້ແກ່ກະຊວງການເງິນ ໃນການສ້າງຊັບພະຍາກອນມະນຸດ ດ້ານການເງິນ-ການບັນຊີ ໃນລະດັບຊັ້ນກາງ ຊັ້ນສູງ ທັງລະບົບກໍ່ສ້າງແລະລະບົບຕໍ່ເນື່ອງ . ວິທະຍາໄລຂອງພວກເຮົາກໍ່ໄດ້ມີການພັດທະນາທາງດ້ານໂຄງການຫຼັກສູດຢ່າງບໍ່ຢຸດຢັ້ງ ແລະ ກໍ່ໄດ້ຮັບການຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ເປີດການຮຽນ-ການສອນໃນລະດັບປະລິນຍາຕີ ທັງລະບົບກໍ່ສ້າງໃຊ້ເວລາຮຽນ 5 ປີ ແລະລະບົບຕໍ່ເນື່ອງ 2 ປີ ນອກຈາກນັ້ນພວກເຮົາກໍ່ຍັງໄດ້ຮ່ວມມືທາງດ້ານວິຊາການກັບສະຖາບັນການເງິນ ສສ ຫວຽດນາມ ເປີດສອນໃນລະດັບປະລິນຍາໂທ. ຄຽງຄູ່ກັບການພັດທະນາທາງດ້ານໂຄງການຫຼັກສູດຈາກຊັ້ນກາງມາເປັນຊັ້ນສູງ, ຈາກຊັ້ນສູງກໍ່ສ້າງໃນລະດັບມາເປັນປະລິນຍາຕີ ແລະ ປະລິນຍາໂທ ແລ້ວທາງສະຖາບັນພວກເຮົາກໍ່ຍັງໄດ້ພັດທະນາຄູໃຫ້ມີຄວາມຮູ້ສູງຂື້ນເທື່ອລະກ້າວມາຮອດປະຈຸບັນໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃຫ້ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນໃນໄລຍະທີ ໜື່ງເຮັດໃຫ້ພວກເຮົາໄດ້ມີຕຶກອາຄານທີ່ທັນສະໃໝ ມີສະຖານທີ່ໂອ່ໂຖງ ກ້ວາງຂວາງ ແລະພວມສືບຕໍ່ກໍ່ສ້າງໃນໄລຍະທີສອງ ພ້ອມກັນນັ້ນກໍ່ມີອຸປະກອນຮັບໃຊ້ໃນການຮຽນ - ການສອນທີ່ທັນສະ ໃໝ.ບົນພື້ນຖານເງື່ອນໄຂດັ່ງກ່າວ ບວກກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາການສຶກສາໃນລະດັບສູງທຽບທັນກັບສາກົນ ແລະ ພາກພື້ນ ວິທະຍາໄລພວກເຮົາໄດ້ສະເໜີຕໍ່ຂັ້ນເທິງຂໍຍົກຂຶ້ນເປັນສະຖາບັນສຶກສາ ມາຮອດວັນທີ 19 ທັນວາ 2009 ໄດ້ມີຂໍ້ຕົກລົງຈາກກະຊວງສຶກສາທິການ ອະນຸຍາດໃຫ້ວິທະຍາໄລການເງິນພາກກາງ ຍົກຂຶ້ນເປັນສະຖາບັນສຶກສາຊັ້ນສູງເສດຖະກິດ-ການເງິນ ແລະ ໄດ້ມີດຳລັດຂອງນາຍຍົກລັດຖະມົນຕີ ສະບັບເລກທີ 419/ນຍ, ລົງວັນທີ 28 ກັນຍາ 2010 ວ່າດ້ວຍອະນຸມັດໃຫ້ວິທະຍາໄລການເງິນພາກກາງ ຍົກຂຶ້ນເປັນສະຖາບັນເສດຖະກິດ-ການເງິນ, ສະຖາບັນເສດຖະກິດ-ການເງິນຂຽນຫຍໍ້ ສສງ ເປັນຫົວໜ່ວຍວິຊາການລະດັບໜຶ່ງຂຶ້ນກັບກະຊວງການເງິນ ມີສໍານັກງານຕັ້ງຢູ່ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີພາລະບົດບາດໃນການຈັດການສຶກສາ ເພື່ອກໍ່ສ້າງວິຊາການ ບຳລຸງຝຶກອົບຮົມພະນັກງານ ຄົ້ນຄວ້າວິທະຍາສາດ ໃຫ້ບໍລິການດ້ານວິຊາການກ່ຽວກັບເສດຖະກິດ-ການເງິນ. ມາຮອດປະຈຸບັນ ລະບົບການຮຽນ-ການສອນຢູ່ໃນສະຖາບັນເສດຖະກິດ-ການເງິນມີ 3 ລະບົບຄື: ອານຸປະລິນຍາຕີ 3 ປີ, ປະລິນຍາຕີລະບົບກໍ່ສ້າງ 4 ປີ, ປະລິນຍາຕີລະບົບຕໍ່ເນື່ອງ 2 ປີ.