ສະຖາບັນການເງິນ-ການບັນຊີ ໄດ້ອອກແຈ້ງການສະບັບເລກທີ 1517/ສກຊ ລົງວັນທີ 21 ກໍລະກົດ 2023 ແຈ້ງມາຍັງ ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາທີ່ ຮຽນຈົບຊັ້ນສູງ ແລະ ຮຽນຈົບມັດທະຍົມຕອນປາຍ ມີຈຸດປະສົງຢາກເຂົ້າຮຽນ ຢູ່ສະຖາບັນການເງິນ-ການບັນຊີ ສາມາດພົວພັນໃນການລົງທະບຽນສອບເສັງຄັດເລືອກ ໄດ້ທີ່ສະຖາບັນການເງິນ-ການບັນຊີ ສຳນັກງານຕັ້ງຢູ່ ບ້ານ ດົງຄຳຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
I. ບັນດາສາຂາວິຊາຮຽນ
- ປະລິນຍາຕີກໍ່ສ້າງ: ພາສີ, ສ່ວຍສາອາກອນ, ບັນຊີ-ກວດສອບ, ການເງິນແຫ່ງລັດ ແລະ ການເງິນວິສາຫະກິດ;
- ອານຸປະລິນຍາ: ພາສີ, ສ່ວຍສາອາກອນ, ບັນຊີ-ກວດສອບ, ງົບປະມານ-ຄັງເງິນ, ການເງິນວິສາຫະກິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານດ້ານການເງິນ (ໄອທ່ີດ້ານການເງິນ);
-ປະລິນຍາຕີຕໍ່ເນື່ອງ (ພາກຄໍ້າ): ການເງິນແຫ່ງລັດ, ສ່ວຍສາອາກອນ, ງົບປະມານ-ຄັງເງິນ, ການເງິນວິສາຫະກິດ,ການບັນຊີ, ເຕັກໂນໂລຊີຂໍ້ມູນຂ່າວສານດ້ານການເງິນ (ໄອທີດ້ານການເງິນ);
- ປະລິນຍາຕີຕໍ່ເນື່ອງ (ພາກ ວັນເສົາ ແລະ ວັນອາທິດ): ສ່ວຍສາອາກອນ, ພາສີ, ການບັນຊີ ແລະ ເຕັກໂນໂລຊີຂໍ້ ມູນຂ່າວສານດ້ານການເງິນ (ໄອທີດ້ານການເງິນ).
2. ວັນ ແລະ ເວລາ
- ວັນທີ 24/07 – 17/08/2023 ເປີດຂາຍຄໍາຮ້ອງ ແລະ ຮັບຄຳຮ້ອງສະຫມັກສອບເສັງຄັດເລືອກ;
- ວັນທີ 18/08/2023 ແຈ້ງລາຍຊື່ຜູ້ເຂົ້າຫ້ອງສອບເສັງ;
- ວັນທີ 19/08/2023 ດຳເນີນການສອບເສັງຄັດເລືອກ ເວລາ 08:00 ໂມງ ທີ່ສະຖາບັນການເງິນ-ການບັນຊີ;
- ວັນທີ 29/08/2023 ປະກາດຜົນການສອບເສັງ. 3. ວິທີລົງທະບຽນ ແລະ ເອົາແບບຟອມ
1) ລົງທະບຽນທາງອອນລາຍ ໄດ້ທີ່ເວບໄຊ
2) ເຂົ້າມາພົວພັນ ຫຼື ດາວໂຫຼດເອົາແບບຟອມສະໝັກລຸ່ມນີ້:
- ໃບຄໍາຮ້ອງສອບເສັງ ປະລິນຍາຕີ ຕໍ່ເນື່ອງ(ພາກຄໍ່າ)
- ໃບຄໍາຮ້ອງສອບເສັງ ປະລິນຍາຕີ ຕໍ່ເນື່ອງ(ພາກວັນເສົາ-ອາທິດ)
- ໃບຄໍາຮ້ອງເສັງ ນສ ລະບົບ ອານຸປະລິນຍາ (ຊັ້ນສູງ)
3) ຄຳແນະນຳ ແລະ ມູນລະອຽດ ແຕ່ລະລະບົບ
- ບົດແນະນໍາສໍາລັບ ນສ ປຕ ຕໍ່ເນືອງ
- ບົດແນະນໍາສໍາລັບ ນສ ປຕ ກໍ່ສ້າງ ແລະ ອານຸປະລິນຍາ
ຖ້າທ່ານໃດສົນໃຈຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມທີ່ເບີໂທ 020 2241 1994 ແລະ 020 5821 5555