ຂ່າວ
ຂ່າວ
ສະຖາບັນການເງິນ-ການບັນຊີ ໄດ້ເປີດຊຸດຝຶກອົບຮົມ ໂປຼແກຼມບັນຊີອົງການຈັດຕັ້ງລັດຂື້ນ ໃຫ້ແກ່ພະນັກງານບັນດາກົມ ທີ່ຂື້ນກັບກະຊວງການເງິນ, ສະຖາບັນການເງິນການບັນຊີ, ວິທະຍາໄລການເງິນພາກເໜືອ ແລະ ວິທະຍາໄລການເງິນພາກໃຕ້ຂື້ນ ໃນຄັ້ງວັນທີ 12 ກຸມພາ 2024 ໂດຍການເປັນປະທານຂອງທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງພະນັກງານ, ມີທ່ານ ແກ່ນຈັນ ບຸນເຕີມ ວ່າການແທນຊົ່ວຄາວຫົວໜ້າສະຖາບັນການເງິນ-ການບັນຊີ, ທ່ານ ນາງ ຈັນທະລິ ວິໄລທອງ ຫົວໜ້າພະແນກ ກົມຄຸ້ມຄອງບັນຊີ, ທ່ານ ຊົງຍົດ ຫົວໜ້າພະແນກ ກົມຈັດຕັ້ງພະນັກງານ, ທ່ານ ບຸນຂົງ ບົວລະພັນ ຮອງຫົວໜ້າພະແນກຄຸ້ມຄອງການຝຶກອົບຮົມ ສະຖາບັນການເງິນ-ການບັນຊີ ແລະ ມີບັນດາແຂກທີ່ຖຶກເຊີນຂອງແຕ່ລະກົມ ແລະ ພະນັກງານຄູ-ອາຈານ 3 ສະຖາບັນເຂົ້າຮ່ວມ.
ໃນໂອການດັ່ງກ່າວນີ້ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ມີຄຳເຫັນຕໍ່ກັບຊຸດຝຶກອົບຮົມ ໂປຼແກຼມບັນຊີອົງການຈັດຕັ້ງລັດ ກໍ່ເພື່ອຍົກລະດັບວິຊາສະເພາະຂອງພະນັກງານບັນດາກົມ ແລະ ຍົກລະດັບຄູ-ອາຈານ ຂອງ 3 ສະຖາບັນ ຂື້ນກັບກະຊວງການເງິນ ແລະ ອີກຢ່າງໜຶ່ງ ແມ່ນເພື່ອສ້າງໃຫ້ເປັນອາຈານ, ເປັນຄູຝຶກ ແລະ ວິທະຍາກອນວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ, ກະຊວງອົງການຕ່າງໆ ທີ່ເຂົ້າມາສຶກສາຮໍ່າຮຽນເຊື່ອມຕໍ່ ແລະ ຝຶກອົບຮົມ ໃຫ້ມີຄຸນນະພາບ ເພື່ອແກ້ໄຂບັນຫາ ທີ່ຍັງຄົງຄ້າງ ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທໍາ ຈຶ່ງຖືເປັນວຽກງານ ແລະ ຂະບວນການ ທີ່ມີຄວາມໝາຍ ຄວາມສໍາຄັນ
ສະຖາບັນການເງິນ-ການບັນຊີໄດ້ເປີດກອງປະຊຸມການຈັດຕັ້ງປະຕິບັດຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນວິຊາບັນຊີຂອງ 3 ສະຖາບັນການສຶກສາທີ່ຂື້ນກັບກະຊວງການເງິນຄັ້ງທີ 1 ໄດ້ຈັດຂື້ນໃນລະຫວ່າງ ວັນທີ 8-9 ກູມພາ 2024 ທີ່ຜ່ານມາ ໂດຍການເປັນປະທານຂອງບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ແກ່ນຈັນ ບຸນເຕີມ ວ່າການແທນຊົ່ວຄາວ ຫົວໜ້າສະຖາບັນການເງິນ-ການບັນຊີ, ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າກົມຄຸ້ມຄອງບັນຊີ, ທ່ານ ພູພັດ ໄຊທິບ ຮອງຫົວໜ້າກົມຈັດຕັ້ງ, ຜູ້ອໍານວນການວິທະຍາໄລການເງິນພາກເໜືອ ແລະ ພາກໃຕ້ ແລະ ພະນັກງານ-ລັດຖະກອນຫຼັກແຫຼ່ງ ຄູ-ອາຈານທັງ 3 ສະຖາບັນການສຶກສາ, ກະຊວງການເງິນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນຕໍ່ກອງປະຊຸມການຈັດຕັ້ງການສ້າງຂະບວນການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ພິມສິດສອນວິຊາບັນຊີ ຂອງພວກເຮົາໃນຄັ້ງນີ້ ກໍ່ເພື່ອຍົກລະດັບວຽກງານວິຊາສະເພາະ ຂອງພວກທ່ານ, ຍົກລະດັບການເປັນອາຈານໃຫ້ຄວາມຮູ້ທາງດ້ານວຽກງານບັນ ຊີ-ການເງິນ ສ້າງນັກສຶກສາຮຽນຈົບ ເພື່ອໄປຮັບໃຊ້ປະກອບອາຊີບຮັບໃຊ້ເປັນພະນັກງານລັດ ແລະ ເອກະຊົນ ໃນສັງຄົມ; ອີກຢ່າງໜຶ່ງ ແມ່ນເພື່ອສ້າງໃຫ້ເປັນອາຈານ, ເປັນຄູຝຶກ ແລະ ວິທະຍາກອນວຽກງານບັນຊີ-ການເງິນ ໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ, ກະຊວງອົງການຕ່າງໆ ທີ່ເຂົ້າມາສຶກສາຮໍ່າຮຽນເຊື່ອມຕໍ່ ແລະ ຝຶກອົບຮົມ ໃຫ້ມີຄຸນນະພາບ ເພື່ອແກ້ໄຂບັນຫາ ທີ່ຍັງຄົງຄ້າງ ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທໍາ ຈຶ່ງຖືເປັນວຽກງານ ແລະ ຂະບວນການ ທີ່ມີຄວາມໝາຍ ຄວາມສໍາຄັນ, ເປັນຂີດ ໝາຍ ທີ່ບົ່ງບອກເຖິງການຄຸນນະພາບຂອງ ລະບົບການສຶກສາ, ລະບົບການຮຽນ-ການສອນວິຊາບັນ ຊີ-ການເງິນ ເພື່ອປະກອບເຂົ້າໃນການຄົ້ນຄວ້າວຽກງານວິຊາສະເພາະ, ເປັນພື້ນຖານການກໍານົດສ້າງໃຫ້ກາຍເປັນຜູ້ຊໍານານງານດ້ານວິທະຍາກອນ ຖ່າຍທອດຄວາມຮູ້ ໃນການບໍລິການຈັດຝຶກອົບຮົມບັນຊີ-ການເງິນ ໃນອົງການບໍລິຫານງານຂອງພັກ-ລັດ, ລັດວິສາຫະກິດ ແລະ ສະໜອງໃຫ້ພາກເອກະຊົນ ໃຫ້ມີການພັດທະນາ ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ຂອງຂະແໜງການເງິນ.
ໃນຕອນເຊົ້າວັນທີ 7 ກຸມພາ 2024 ໝ່ວຍຊາວໜູ່ມສະຖາບັນການເງິນ-ການບັນຊີໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວວຽກງານຊາວໜຸ່ມຜົນງານປະຈຳປີ 2023 ແລະ ທິດທາງແຜນການປີ 2024 ພາຍໃຕ້ການເປັນປະທານຂອງທ່ານ ແກ່ນຈັນ ບຸນເຕີມ ຄະນະພັກຮາກຖານ ວ່າການຫົວໝ້າສະຖາບັນການເງິນ-ການບັນຊີ ແລະ ຊາວໝຸ່ມສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຖະໝອມ ທິບພະວົງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໝຸ່ມປະຈຳປີ 2023 ດ້ານທີ່ພົ້ນເດັ່ນ: 1. ຄະນະຊາວໜຸ່ມຄູ -ອາຈານ ໄດ້ປະຕິບັດໜ້າທີ່ຂຶ້ນຫ້ອງສິດສອນນັກສຶກສາ ຢູ່ພາຍໃນສະຖາບັນການເງິນ-ການບັນຊີ ແລະໄດ້ໄປສອນຢູ່ໂຄງການຮ່ວມ ມື ພາກເໜືອ-ພາກໃຕ້ ເປັນປົກກະຕິ, ແລະ ທັງເປັນອາຈານຮັບເຊີນໄປສອນຢູ່ສະຖາບັນການທະນາຄານ ແລະ ອື່ນໆ; 2 ຄະນະຊາວໜຸ່ມຄູ -ອາຈານ ໄດ້ຖຶກແຕ່ງຕັັ້ງເປັນອາຈານແນະນໍາຂຽນບົດໂຄງການຈົບຊັັ້ນປະລີນຍາຕີລະບົບກໍ່ສ້າງຊຸດທີ 7 ແລະ ລະບົບຕໍ່ເນື່ອງຊຸດ 9, 10 ສໍາເລັດ; 3
ໄດ້ເຂົ້າຮ່ວມຝຶກອົບຮົມວິຊາສະເພາະໃນຫົວຂໍ້ຕ່າງໆ ທີ່ການຈັດຕັັ້ງໄດ້ມອບໝາຍໃຫ້ສໍາເລັດ ແລະ ຜົນສຳເລັດວຽກງານອື່ນໆ.
ດ້ານຂະບວນການ: 1 ໜ່ວຍຊາວໜຸ່ມສະຖາບັນການເງິນ-ການບັນຊີ ໄດ້ສົມທົບກັບວິທະຍາໄລການເງິນພາກເໜຶອ ແລະ ວິທະຍາໄລການເງິນພາກໃຕ້ ຈັດກອງປະຊຸມສໍາມະນາວິທະຍາສາດເປີດກ້ວາງ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການຄຸ້ມຄອງການເງິນ-ງົບປະມານຢຸ່ປະເທດເຮົາ”; 2 ຊາວໜຸ່ມຄູ-ອາຈານໄດ້ເຂົ້າຮ່ວມກອງປະຊຸມຊາວໜຸ່ມສາກົນ ທີ່ໄອເຕັກ 1 ຄັັ້ງ; 3 ຊາວໜຸ່ມຄູ-ອາຈານໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບສະພາບເສດຖະກິດມະຫາພາກ ແລະ ມາດຕະການທາງດ້ານນະໂຍບາຍການເງິນ ເພື່ອແກ້ໄຂເງິນເຟີ້ຢູ່ ສປປ ລາວ ຕຶກກະຊວງການເງິນ ຊັັ້ນ 4, 1 ຄັັ້ງ ແລະ ວຽກງານອື່ນໆ.
ໃນໂອການນີ້ ທ່ານປະທານກອງປະຊຸມໄດ້ມີຄຳເຫັນໃຫ້ຊາວໜຸ່ມສະຖາບັນໃຫ້ສືບຕໍ່ມູນເຊື້ອອັນດີງາມຢ່າງຫ່າວຫັນກຽມພ້ອມຮັບໃຊ້ຊາດ, ສືບຕໍ່ເອົາໃຈເອົາໃສ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນຂອບເຂດຄວາມຮັບຜິດຊອບ ແລະ ຊົມເຊີຍຜົນງານຂອງຊາວໝຸ່ມສະຖາບັນຢ່າງສຸດໃຈ.
ສະຖາບັນການເງິນ-ການບັນຊີ ສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2023 ແລະ ຈັດພິທີມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ປະຈໍາປີ 2022, ໂດຍການເປັນປະທານຂອງທ່ານ ແກ່ນຈັນບຸນເຕີມ ຮັກສາການຫົວໜ້າສະຖາບັນການເງິນ-ການບັນຊີ, ມີຮອງຫົວໜ້າສະຖາບັນ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານວິຊາການ ພາຍໃນສະຖາບັນເຂົ້າຮ່ວມ.
ທ່ານປະທານໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2023 ແລະ ຜ່ານທິດທາງແຜນການ ປີ 2024 ເຊິ່ງໃຫ້ເຫັນໄດ້ໃນຫຼາຍໜ້າວຽກທີ່ພົ້ນເດັ່ນ ທີ່ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້, ທັງບົດຮຽນທີ່ຖອດຖອນໄດ້ ລວມເຖິງບັນດາໜ້າວຽກຈຸດສຸມທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ ກໍ່ຄືຕາມທິດທາງແຜນການໃນປີ 2024 ທີ່ໄດ້ກໍານົດໄວ້.
ໂອກາດນີ້, ທ່ານ ແກ່ນຈັນບຸນເຕີມ ຮັກສາການຫົວໜ້າສະຖາບັນການເງິນ-ການບັນຊີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະ ໄດ້ເນັ້ນໃຫ້ພະນັກງານພາຍໃນສະຖາບັນ ສືບຕໍ່ເອົາໃຈໃສ່ການ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນຂອບເຂດຄວາມຮັບຜິດຊອບ ໂດຍສະເພາະບັນດາພະແນກ ແລະ ພາກວິຊາ ຕ້ອງສ້າງແຜນການວິທີເຮັດວຽກໃຫ້ລະອຽດໃນການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆ.
ໃນວັນທີ 8 ກັນຍາ 2023 ນັກສຶກສາປະລິນຍາຕີຕໍ່ເນື່ອງພາກວັນເສົາ-ວັນອາທິດ ສາຂາ ສ່ວຍສາອາກອນ ໄດ້ຈັດກິດຈະກໍາຮ່ວມກັບຄູ-ອາຈານຢູ່ສະຖາບັນການເງິນ-ການບັນຊີ ຂຶ້ນ, ໃນກິດຈະກໍາປະກອບດ້ວຍການແຂ່ງຂັນກີລາ ບານເຕະ ລະຫ່ວາງ ຄູ-ອາຈານ ກັບ ນັກສຶກສາ ນອກຈາກການແຂ່ງຂັນກິລາບານເຕະແລ້ວ ສ່ວຍສາອາກອນປະຈຳເມືອງສີໂຄດໄດ້ມອບຫົວອາຫານປາ ໃຫ້ສະຖາບັນ ການເງິນ-ການບັນຊີ ຈຳນວນ 10 ເປົາ ແລະ ນັກສຶກສາ ສາຂາ ສ່ວຍສາອາກອນມອບໃຫ້ ຈຳນວນ 2 ເປົາ ລວມທັງໝົດ 12 ເປົາ ເພື່ອນຳໄປລ້ຽງຢູ່ໜອງ ຂອງສະຖາບັນ, ກິດຈະກໍາໃນຄັ້ງນີ້ເຕັ້ມໄປດ້ວຍຄວາມໝາຍຄວາມສໍາຄັນໃນການສ້າງຄວາມສາມະຄີຮັກແພງລະຫ່ວາງຄູ-ອາຈານ ກັບນັກສຶກສາໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ພິທີມອບໂຄງການກໍ່ສ້າງພື້ນຖານໂຄງລ່າງສະຖາບັນການເງິນ-ການເງິນ ໄລຍະ 3